ສ້າງຂະບວນການກິລາຂ່ຳນັບຮັບຕ້ອນ2ວັນປະຫວັດສາດຂອງຊາດໃນຄັ້ງວັນທີ 25 ພະຈິກ 2020 ຂອງນັກສຶກສາຊັ້ນກາງຮຸ່ນທີ XVI, XVII ແລະ ຊັ້ນຕົ້ນຊຸດທີ IV - XVIIPAXAYABOURY

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ຄະນະຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ XVII ສົກຮຽນ: 2020-2022

ເລືອກພາສາ

วันพุธที่ 25 พฤศจิกายน พ.ศ. 2563

demo-image

ສ້າງຂະບວນການກິລາຂ່ຳນັບຮັບຕ້ອນ2ວັນປະຫວັດສາດຂອງຊາດໃນຄັ້ງວັນທີ 25 ພະຈິກ 2020 ຂອງນັກສຶກສາຊັ້ນກາງຮຸ່ນທີ XVI, XVII ແລະ ຊັ້ນຕົ້ນຊຸດທີ IV

 

25

ໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີສ້າງຂະບວນການແຂ່ງຂັນກິລາ ຊິງຂັນຂອງຜູ້ອຳນວຍການໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງໄຊຍບູລີ

ໃນຕອນບ່າຍຂອງວັນທີ 25 ພະຈິກ 2020 ນີ້ ນັກສຶກສາໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີ ໄດ້ສ້າງຂະບວນການແຂ່ງຂັນກິລາຂື້ນຢ່າງເປັນທາງການ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ພ້ອມນີ້ກໍ່ເພື່ອເປັນການຜູກແໜ້ນຄວາມສາມັກຄີລະຫວ່າງຄູ-ອາຈານ ແລະ ນັກສຶກສາດ້ວຍກັນ ເປັນຕົ້ນແມ່ນນັກສຶກສາທິດສະດີການເມືອງ-ການປົກຄອງລະບົບຊັ້ນກາງ ຮຸ່ນທີ XVI-XVII ແລະ ລະບົບຊັ້ນຕົ້ນ ຮຸ່ນທີ IV ເຊິ່ງປະເພດກິລາທີ່ແຂ່ງຂັນໃນຄັ້ງນີ້ມີ ກິລາເປຕັ່ງ ຊາຍ ແລະ ກິລາບານສົ່ງຍິງ-ຊາຍ ໃນນັ້ນ ມີກິລາບານສົ່ງຊາຍ 4 ທີມ, ບານສົ່ງຍິງ 3 ທີມ, ເປຕັ່ງຊາຍມີ 4 ທີມ ເຊິ່ງຜົນຂອງການແຂ່ງຂັນຂອງກິລາໃນຄັ້ງນີ້ປະກົດວ່າ ທີມທີ່ຊະນະເລີດເປຕັ່ງຊາຍແມ່ນທີມຂອງຄູ-ອາຈານ,  ທີມບານສົ່ງຊາຍຊະນະເລີດແມ່ນທີມນັກສຶກສາທິດສະດີຊັ້ນຕົ້ນ ຮຸ່ນທີ IV ແລະ ບານສົ່ງຍິງຊະນະເລີດແມ່ນທີມນັກສຶກສາທິດສະດີຊັ້ນກາງຮຸ່ນທີ XVI, ພາຍຫຼັງສຳເລັດການແຂ່ງຂັນກິລາແຕ່ລະປະເພດແລ້ວກໍໄດ້ມີການມອບຂອງຂັວນລາງວັນຕາມລຳດັບຂອງປະເພດ ກິລາ ເຊິ່ງຂັນລາງວັນທີ່ມາມອບໃນຄັ້ງນີ້ແມ່ນໄດ້ຮັບການອຸປະຖຳໂດຍຄອບຄົວຂອງທ່ານ ກອງທ່ຽນ ໄຊຍະພອນ ນັກສຶກສາຮຸ່ນທີ XVII.


35

34

33

32

31

29

28

27

26

25

24

23

22

20

19

18

17

16

14

13

12

11


9

8

7

6

5

4

3

2

1

ไม่มีความคิดเห็น:

แสดงความคิดเห็น