ຄອບຄົວ ທ່ານ ກອງທ່ຽນ ໄຊຍະພອນ ນັກສຶກສາທິດສະດີການເມືອງ-ການປົກຄອງຮຸ່ນທີ XVII ມອບເຄື່ອງກິລາຈຳນວນ 50 ຊຸດ ແລະ ຂັນລາງວັນກິລາເປຕັງ ແລະ ບານສົ່ງລວມມູນຄ່າ 3.020.000 ກີບ - XVIIPAXAYABOURY

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ຄະນະຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ XVII ສົກຮຽນ: 2020-2022

ເລືອກພາສາ

วันจันทร์ที่ 23 พฤศจิกายน พ.ศ. 2563

ຄອບຄົວ ທ່ານ ກອງທ່ຽນ ໄຊຍະພອນ ນັກສຶກສາທິດສະດີການເມືອງ-ການປົກຄອງຮຸ່ນທີ XVII ມອບເຄື່ອງກິລາຈຳນວນ 50 ຊຸດ ແລະ ຂັນລາງວັນກິລາເປຕັງ ແລະ ບານສົ່ງລວມມູນຄ່າ 3.020.000 ກີບ

 

ຄອບຄົວທ່ານ ກອງທ່ຽນ ໄຊຍະພອນ ມອບຊຸດກິລາ ໃຫ້ກັບນັກສຶກສາທິດສະດີການເມືອງ-ການປົກຄອງຮຸ່ນທີ່ XVII

ໃນຕອນບ່າຍຂອງວັນທີ 24 ພະຈິກ 2020 ນີ້ໄດ້ມີພິທີມອບຊຸດກິລາໃຫ້ກັບນັກຮຽນນັກສຶກສາທິດສະດີການເມືອງ-ການປົກຄອງ ຊັ້ນກາງ ຮຸ່ນທີ XVIIຂື້ນຢ່າງເປັນທາງການຢູ່ທີ່ຫ້ອງຮຽນຂອງໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງໄຊຍະບູລີ. ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ ຊຸດກິລາຈໍານວນ 50 ຊຸດ ລວມມູນຄ່າທັງໝົດ ເປັນເງິນ 3.020.000 ກີບ ກ່າວມອບໂດຍ ທ່ານ ກອງທ່ຽນ ໄຊຍະພອນ ຮອງຫົວໜ້າຂະແໜງກອງກວດກາປ່າໄມ້ແຂວງໄຊຍະບູລີ ທັງເປັນນັກສຶກສາທິດສະດີການເມືອງ-ການປົກຄອງຊັ້ນກາງ ຮຸ່ນທີ່ XVII ແລະ ໃຫ້ກຽດຕາງໜ້ານັກສຶກສາຂື້ນກ່າວຮັບໂດຍ ທ່ານ ສີແສງເພັດ ຈັນໂທ ປະທານຫ້ອງນັກສຶກສາ ຮຸ່ນທີ່ XVII ທັງນີ້ກໍ່ເພື່ອເປັນການຊຸກຍູ້ນ້ຳໃຈໃຫ້ກັບນັກຮຽນ-ນັກສຶກສາດ້ວຍກັນ ໃນການສ້າງຂະບວນການແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ. ນອກນັ້ນ ຍັງໄດ້ມີການມອບ ຂັນລາງວັນ ຈຳນວນ 3 ໜ່ວຍ ໃນມູນຄ່າ 500.000 ກີບ ເພື່ອຈະມອບໃຫ້ເປັນຂອງຂັວນລາງວັນໃຫ້ກັບນັກກິລາຕື່ມອີກ, ຕອນທ້າຍຂອງພິທີ ທ່ານ ສີແສງເພັດ ຈັນໂທ ຍັງໄດ້ກ່າວສະແດງຄວາມຂອບໃຈນຳທາງຄອບຄົວຂອງທ່ານ ກອງທ່ຽນ ໄຊຍະພອນ ທີ່ໄດ້ມີນ້ຳໃຈນຳເອົາຊຸດກິລາ ແລະ ຂັນລາງວັນມາມອບໃຫ້ກັບນັກສຶກສາໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າການມາມອບໃນຄັ້ງນີ້ຄົງຈະບໍ່ແມ່ນຄັ້ງສຸດທ້າຍ ແລະ ຫວັງວ່າຄົງຈະມີຄັ້ງຕໍ່ໆໄປ.

                               ເຄື່ອງກິລາຈຳນວນ 50 ຊຸດ ມູນຄ່າ 2.500.000 ກີບ


     

                    ຂັນກິລາປະເພດບານສົ່ງ 1 ຂັນ,ເປຕັງ 1 ຂັນເພື່ອມອບໃຫ້ໂຮງຮຽນການ

    ເມືອງການປົກຄອງຮັບໃຊ້ເຂົ້າໃນການສ້າງຂະບວນການແຂ່ງຂັນກິລາເພື່ອຕ້ອນຮັບວັນຊາດຄົບຮອບ

45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ມູນຄ່າ: 500.000 ກີບ









 






1 ความคิดเห็น: