ທ່ານຜູ້ໂດຍສານໂປດຊາບ "ຖ້ຽວບິນ QV 2021 ກຳລັງຈະອອກເດີນທາງໃນ 03, 02 ແລະ 01 ວັນ, ກະລຸນາໄປປະຕູທາງອອກເລກທີ 2020 ພ້ອມດ້ວຍສຳພາລະທີ່ຕິດຕົວໄປ ຄວນມີແຕ່ສິ່ງທີ່ດີທີສຸດເທົ່ານັ້ນ." - XVIIPAXAYABOURY

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ຄະນະຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ XVII ສົກຮຽນ: 2020-2022

ເລືອກພາສາ

วันพุธที่ 30 ธันวาคม พ.ศ. 2563

ທ່ານຜູ້ໂດຍສານໂປດຊາບ "ຖ້ຽວບິນ QV 2021 ກຳລັງຈະອອກເດີນທາງໃນ 03, 02 ແລະ 01 ວັນ, ກະລຸນາໄປປະຕູທາງອອກເລກທີ 2020 ພ້ອມດ້ວຍສຳພາລະທີ່ຕິດຕົວໄປ ຄວນມີແຕ່ສິ່ງທີ່ດີທີສຸດເທົ່ານັ້ນ."

 

  

 ທ່ານຜູ້ໂດຍສານໂປດຊາບ "ຖ້ຽວບິນ QV 2021 ກຳລັງຈະອອກເດີນທາງໃນ 03, 02 ແລະ 01 ວັນ, ກະລຸນາໄປປະຕູທາງອອກເລກທີ 2020 ພ້ອມດ້ວຍສຳພາລະທີ່ຕິດຕົວໄປ ຄວນມີແຕ່ສິ່ງທີ່ດີທີສຸດເທົ່ານັ້ນ."

(1). ພວກເຮົາບໍ່ອະນຸຍາດໃຫ້ນຳເອົາຄວາມໂສກເສົ້າໝົ່ນໝອງ ຄວາມຜິດຫວັງ ຄວາມທຸກຍາກລຳບາກເຂັນໃຈ ໂລກໄພໄຂ້ເຈັບ ຫຼື ສິ່ງທີ່ບໍດີທັງຫຼາຍທັງປວງຕິດຕາມຕົວທ່ານໄປນຳຢ່າງເດັດຂາດ ແລະ ກະລຸນາຖີ້ມສິ່ງທີ່ບໍດີເຫຼົ່ານັ້ນລົງຖັງຂີ້ເຫຍື້ອປະຕູທາງອອກ 2020 ໃຫ້ໝົດກ່ອນຈະຂື້ນຍົນ;

(2). ຖ້ຽວບີນ QV 2021 ຈະບໍລິການທຸກທ່ານຕະລອດເວລາ 12 ເດືອນ, ກະລຸນາຂັດສາຍຮັດນີລະໄພ ແລະ ຈຸດໝາຍປາຍທາງຖ້ຽວບິນ ຄື:

1. ສຸຂະພາບທີ່ສົມບູນແຂງແຮງ,

2. ຈິດໃຈທີ່ລືນເລີງເບີກບານ,

3. ຄວາມຮັກຄວາມເຂົ້າໃຈ,

4. ຄວາມເມດຕາ ກະລຸນາ ເອື້ອເຟື້ອ ແລະ ຊ່ວຍເຫຼືອກັນ,

5. ຄວາມຍ້ອງຍໍສັນລະເສີນກັນ,

6. ຄວາມຈະເລີນຮຸ່ງເຮືອງສີວິໄລ,

7. ຄວາມສຸກສົມຫວັງ,

8. ຄວາມສຳເລັດໃນໜ້າທີ່ການງານ ແລະ ການດຳເນີນທຸລະກິດ;

(3). ຖ້ຽວບິນນີ້ຈະບໍລິການທ່ານຕໍ່ໄປນີ້:

1. ເຄື່ອງດື່ມທີ່ປະສົມໄປດ້ວຍໄມຕີຈິດມິດຕະພາບ,

2. ອາຫານທີ່ພຽບພ້ອມໄປດ້ວຍໂພສະນາການຄົບໝູ່ທີ່ເຮັດໃຫ້ສຸຂະພາບແຂງແຮງ,

3. ອາຫານຫວ່າງທີ່ເຮັດໃຫ້ຈິດໃຈສົດຊື່ນແຈ່ມໃສ,

4. ໜັງສືພິມແຫ່ງຄວາມກ້າວໜ້າ,

5. ຍຳລວມມິດແຫ່ງຄວາມສຳເລັດ,

6. ແກງນໍ້າໃຈ

 

ไม่มีความคิดเห็น:

แสดงความคิดเห็น