ບັນຍາກາດການສ້າງຄວາມສະໝັກຄີລະຫວ່າງນັກຮຽນທິດສະດີຮຸ່ນທີ XVII ແລະໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີເພື່ອຂໍາ່ນັບຮັບຕ້ອນປີໃໝ່ສາກົນ 2021 - XVIIPAXAYABOURY

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ຄະນະຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ XVII ສົກຮຽນ: 2020-2022

ເລືອກພາສາ

วันพุธที่ 30 ธันวาคม พ.ศ. 2563

ບັນຍາກາດການສ້າງຄວາມສະໝັກຄີລະຫວ່າງນັກຮຽນທິດສະດີຮຸ່ນທີ XVII ແລະໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີເພື່ອຂໍາ່ນັບຮັບຕ້ອນປີໃໝ່ສາກົນ 2021

 

 ບັນຍາກາດການສ້າງຄວາມສະໝັກຄີລະຫວ່າງນັກຮຽນທິດສະດີຮຸ່ນທີ XVII ແລະໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີເພື່ອຂໍາ່ນັບຮັບຕ້ອນປີໃໝ່ສາກົນ 2021 ໂດຍກິດຈະກຳດັ່ງກ່າວຈັດຂຶ້ນທີ່ສວນຂອງທ່ານ ກອງທ່ຽນ ໄຊຍະພອນ ເຊິ່ງງົບປະມານໃນການຮັບໃຊ້ໃນຄັ້ງນີ້ແມ່ນປະມານ 7 ລ້ານກວ່າກີບເຊິ່ງການລະດົມທຶນກັບນັກສຶກສາແຕ່ລະຄົນຜູ້ລະ

100.000 ກີບ ແລະ ນຳໃຊ້ເງິນຄັງຫ້ອງຈຳນວນໜຶ່ງ,ເຊິ່ງຈຸດປະສົງໃນຄັ້ງນີ້ແມ່ນເພື່ອສ້າງຄວາມສາມັກຄີລະຫວ່າງນັກຮຽນທິດສະດີການເມືອງຊັ້ນກາງຮຸ່ນທີ XVII ແລະ ຄູອາຈານຂອງໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີເຊິ່ງໃນຄັ້ງນີ້ແມ່ນນັກສຶກສາໄດ້ເອົາໃຈໃສ່ໃນການສ້າງກິດຈະກຳຕາມໜ້າທີ່ຮັບຜິດຊອບໃນແຕ່ລະອະນຸກຳມະການ,ພ້ອມດຽວກັນນັ້ນທາງນັກສຶກສາຮຸ່ນທີ 17 ຂໍສະແດງຄວາມຂອບໃຈນຳຄອບຄົວທ່ານ ກອງທ່ຽນ ໄຊຍະພອນ ທີ່ເອື້ອອຳນວຍຄວາມສະດວກທາງດ້ານສະຖານທີ່ຈັດງານ,ທຶນຮອດງົບປະມານສົມທົບໃນການສ້າງກິດຈະການດັ່ງກ່າວ.

 ເນື່ອງໃນໂອກາດດັ່ງກ່າວທາງຄະນະຮັບຜິດຊອບລວມກິດຈະກຳຂໍອວຍພອນໄຊອັນປະເສີດແດ່ຄະນະອຳນວຍການໂຮງຮຽນ,ພະນັກງານຄູອາຈານຂອງໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງໄຊຍະບູລີຈົ່ງມີສຸຂະພາບເຂັ້ມແຂງ,ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ພາລະກິດອັນຍິ່ງໃຫຍ່ກວ່າເກົ່າຕະຫຼອດປີ 2021 ນີ້ ແລະ ຕະຫຼອດໄປ.

        ສຳລັບນັກສຶກສາທິດສະດີການເມືອງຊັ້ນກາງຮຸ່ນທີ XVII   ຂໍອວຍພອນໄຊອັນປະເສີດແດ່ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ,ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ພາລະກິດອັນຍິ່ງໃຫຍ່ກວ່າເກົ່າ,ເອົາໃຈໃສ່ຊ່ວຍເຫຼືອເຊິ່ງກັນແລະກັນ,ຄວາມສະມັກຄີແບບຄອບຄົວ,ມິດຕະພາບ,ໄມຕີຈິດ,ຈົ່ງຍືນຍົງໃນດວງໃຈຂອງນັກສຶກສາສາທິດສະດີການເມືອງຊັ້ນກາງຮຸ່ນທີ XVII ຕະຫຼອດໄປ( ໂຊກດີປີໃໝ່ສາກົນ 2021 )

















 














ไม่มีความคิดเห็น:

แสดงความคิดเห็น