ພິທິມອບເຄື່ອງກິລາ ແລະ ການແຂ່ງຂັນກິລາຟຸດຊໍມິດຕະພາບລະຫວ່າງທີມງານນັກສຶກສາທິດສະດີການເມືອງການປົກຄອງຊັ້ນກາງຮຸ້ນທີ17 ກັບພະນັກງານຂອງໂຮງຮຽນການເມືອງການປົກຄອງ - XVIIPAXAYABOURY

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ຄະນະຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ XVII ສົກຮຽນ: 2020-2022

ເລືອກພາສາ

วันพุธที่ 21 กรกฎาคม พ.ศ. 2564

demo-image

ພິທິມອບເຄື່ອງກິລາ ແລະ ການແຂ່ງຂັນກິລາຟຸດຊໍມິດຕະພາບລະຫວ່າງທີມງານນັກສຶກສາທິດສະດີການເມືອງການປົກຄອງຊັ້ນກາງຮຸ້ນທີ17 ກັບພະນັກງານຂອງໂຮງຮຽນການເມືອງການປົກຄອງ

 

4
ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2021 ທີ່ເດີ່ນຟຸດຊໍນໍ້າຕຽນໄດ້ຈັດພິທິມອບເຄື່ອງກິລາ ແລະ ການແຂ່ງຂັນກິລາຟຸດຊໍມິດຕະພາບລະຫວ່າງທີມງານນັກສຶກສາທິດສະດີການເມືອງການປົກຄອງຊັ້ນກາງຮຸ້ນທີ17 ກັບພະນັກງານຂອງໂຮງຮຽນການເມືອງການປົກຄອງແຂວງໄຊຍະບູລີໃຫ້ກຽດກ່າວມອບໂດຍທ່ານ ຈັນທະບູລີ ຄຳພູມີ ມອບເຄື່ອງກິລາຈຳນວນ 71 ຊຸດໃຫ້ແກ່ນັກສຶກສາທິດສະດີການເມືອງການປົກຄອງຊັ້ນກາງຮຸ່ນທີ17 ຈຳນວນ 48ຊຸດ ແລະ ມອບໃຫ້ຄູອາຈານພາຍໃນໂຮງຮຽນຈຳນວນ23 ຊຸດ ລວມມູນຄ່າ 3.800.000 ກີບ ໃຫ້ກຽດກ່າວຮັບໂດຍທ່ານ ປອ ສີສອນພັນ ບຸນສີ ຫົວໜ້າອຳນວຍການໂຮງຮຽນໂດຍໃຫ້ກຽດເຂົ້າຮ່ວມຂອງຄະນະອຳນວຍການໂຮງຮຽນ,ພະນັກງານຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ, ໃນພິທີດັ່ງກ່າວທາງທ່ານ ປອ ສີສອນພັນ ບຸນສີ ຫົວໜ້າອຳນວຍການໂຮງຮຽນໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການປະກອບສ່ວນຊຸກຍູ້ອຸປະຖຳເຄື່ອງກິລາດັ່ງກ່າວຂອງທ່ານ ຈັນທະບູລີ ຄຳພູມີ ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາຮຸ່ນທີ 17 ພ້ອມດຽວກັນນັ້ນກໍ່ອວຍພອນໃຫ້ທ່ານ ທ່ານ ຈັນທະບູລີ ຄຳພູມີ ຈົ່ງມີສຸຂະພາບເຂັ້ມແຂງ,ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວຫວັງວ່າໃນໂອກາດໜ້າທ່ານຄົງຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອໃຫ້ແກ່ໂຮງຮຽນທິດສະດີການເມືອງການປົກຄອງແຂວງ ແລະ ນັກສຶກສາທິດສະດີການເມືອງ-ການປົກຄອງຊັ້ນກາງຕະຫຼອດໄປ.

    ພາຍຫຼັງສຳເລັດພິທີດັ່ງກ່າວກໍ່ໄດ້ມີການແຂ່ງຂັນກິລາຟຸດຊໍທັງ2 ຝ່າຍເຊິ່ງດຳເນີນໄປດ້ວຍບັນຍາກາດຟົດຟື້ນເຊິ່ງຝົນຂອງການແຂ່ງຂັນແມ່ນທີມນັກສຶກສາສາມາດຊະນະທີມຄູອາຈານຈຳນວນ 6-4 ປະຕູ

4

1

2

3

6

8

7
                                     
13

12

11

10

9

14

                                 ຜົນການແຂ່ງຂັນກິລາຟຸດຊໍ

5

ເຕັກນິກການສັບຂາຂັ້ນເທບເບີ່ງຕອນກາງຂອງຄລິບວິດີໂອຂອງເບີ 15






ไม่มีความคิดเห็น:

แสดงความคิดเห็น