ນັກສຶກສາທິດສະດີການເມືອງ-ການປົກຄອງຊັ້ນກາງເຂົ້້າການເຜີຍແຜ່ເຊື່ອມຊືມ 5 ເອກະສານສຳຄັນທາງປະຫວັດສາດຂອງຊາດໃນຄັ້ງວັນທີ 27.7.2021 ທີ່ຫ້ອງປະຊຸມຂອງໂຮງຮຽນທິດສະດີ-ການເມືອງການປົກຄອງແຂວງໄຊຍະບູລີ - XVIIPAXAYABOURY

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ຄະນະຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ XVII ສົກຮຽນ: 2020-2022

ເລືອກພາສາ

วันจันทร์ที่ 26 กรกฎาคม พ.ศ. 2564

ນັກສຶກສາທິດສະດີການເມືອງ-ການປົກຄອງຊັ້ນກາງເຂົ້້າການເຜີຍແຜ່ເຊື່ອມຊືມ 5 ເອກະສານສຳຄັນທາງປະຫວັດສາດຂອງຊາດໃນຄັ້ງວັນທີ 27.7.2021 ທີ່ຫ້ອງປະຊຸມຂອງໂຮງຮຽນທິດສະດີ-ການເມືອງການປົກຄອງແຂວງໄຊຍະບູລີ

 


ນັກສຶກສາທິດສະດີການເມືອງ-ການປົກຄອງຊັ້ນກາງເຂົ້້າການເຜີຍແຜ່ເຊື່ອມຊືມ 5 ເອກະສານສຳຄັນທາງປະຫວັດສາດຂອງຊາດໃນຄັ້ງວັນທີ 27.7.2021 ທີ່ຫ້ອງປະຊຸມຂອງໂຮງຮຽນທິດສະດີ-ການເມືອງການປົກຄອງແຂວງໄຊຍະບູລີໂດຍການໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ປອ ສີສອນພັນ ພັນສີ ກຳມະການພັກແຂວງ ຫົວໜ້າອຳນວຍການໂຮງຮຽນການເມືອງການປົກຄອງແຂວງມີນັກສຶກສາທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ 17 ເຂົ້າຮ່ວມຈຳນວນ 48 ທ່ານ ,ຍິງ8 ທ່ານ ເຊິ່ງເນື້ອໃນເອກະສານທີ່ສຳຄັນມີ 5 ເອະສານຄື:




                             1. ລະນຶກວັນເກີດຂອງປະທານສະພານຸວົງຄົບຮອບ 112 ປີ

ປະທານ ສຸພານຸວົງ ເກີດເມື່ອວັນທີ່ 13 ເດືອນ ກໍລະກົດ ປີ 1909 ທີ່ ແຂວງຫຼວງພະບາງ ເປັນເຊື້ອເຈົ້າລ້ານຊ້າງຫລວງພະບາງ ເປັນປະທານປະເທດລາວ ຜູ້ທຳອິດຫຼັງຈາກປ່ຽນແປງການປົກຄອງຈາກ ຣາຊາອານາຈັກລາວ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອ ຄ.ສ 1975 ທົ່ວໂລກຮູ້ຈັກ ໃນນາມ ເຈົ້າຊາຍແດງ ຫຼື "The Red Prince"

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9

ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາຣີ ປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.

ເພ່ິນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງທ່າແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພ່ິນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວ ໃນ ເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈິມິນ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ

ຄ.ສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ.

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991

ເພ່ິນໄດ້ເຖິງແກ່ກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫລວງວຽງຈັນ

ປະຫວັດການສຶກສາ

  • ຈົບຊັ້ນປະຖົມສຶກສາທີ່ ແຂວງຫຼວງພະບາງ
  • ຄ.ສ 1920 ໄປສຶກສາຕໍ່ຊັ້ນມັດທະຍົມສຶກສາ ທີ່ ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ
  • ຄ.ສ 1937 ສຳເລັດການສຶກສາລະດັບປະລີນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງ ທີ່ ປາຣີ ປະເທດຝຣັ່ງ
  • ເມື່ອສຳເລັດການສຶກສາໄດ້ເຮັດວຽກເປັນວິສະວະກອນທີ່ ສຳນັກງານໂຍທາ ເມືອງ ຢາຈາງ ປະເທດຫວຽດນາມ
  • ວັນແຫກຄຸກຄັ້ງປະຫວັດສາດຂອງທ່ານຜູ້ນຳ ວັນທີ 23 ພຶດສະພາ 1960

ປະຫວັດດ້ານການເມືອງ

ຫຼັງຈາກທີ່ ທ່ານ ໂຮຈິມິນ ໄດ້ຕັ້ງ ພັກກອມມູນິດອິນດູຈີນ ເມື່ອ ປີ ຄ.ສ 1937 ທ່ານ ສຸພານຸວົງ ກໍໄດ້ເຂົ້າຮ່ວມເປັນສະມາຊິກພັກ ແລະ ເປັນຜູ້ນຳປະຊາຊົນລາວໃນການຕໍ່ສູ້ເພື່ອຮຽກຮ້ອງເອກະລາດ ຈາກ ພວກລ່າເມືອງຂື້ນຝຣັ່ງ ແລະ ເປັນຜູ້ນຳພັກປະຊາຊົນປະຕິວັດລາວ ໃນຍຸກກໍ່ຕັ້ງພັກ ແລະ ເມື່ອມີການປ່ຽນແປງການປົກຄອງ ເມື່ອວັນທີ 2 ທັນວາ ຄ.ສ 1975 ທ່ານ ສຸພານຸວົງ ໄດ້ດຳລົງຕຳແໜ່ງເປັນປະທານປະເທດຈົນເຖິງ ປີ ຄ.ສ 1991

2. ເອກະສານວ່າດ້ວຍການສ້າງຕັ້ງການທູດລາວ-ຫວຽດນາມວັນເຊັນສົນທິສັນຍາ ມິດຕະພາບ ການຮ່ວມມືລາວ-ຫວຽດນາມ, ຄົບຮອບ 39 ປີ

3. ວັນສ້າງຕັ້ງສາຍພົວພັນການທູດລາວ



ບົດຄວາມ:
"ການທູດລາວ ສືບຕໍ່ໄດ້ຮັບການຍົກລະດັບຂຶ້ນຢ່າງສະເໝີຕົ້ນສະເໝີປາຍ"
(ເນື່ອງໃນໂອກາດ ຄົບຮອບ 74 ປີ ວັນການທູດລາວ: 12 ຕຸລາ 1945-12 ຕຸລາ 2019)
* ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມ ກັນອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຢ່າງຟົດຟື້ນ ແລະ ມີໝາກຜົນອັນຈົບງາມນີ້, ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 74 ປີ ວຽກງານການຕ່າງປະເທດ ສືບຕໍ່ໄດ້ຮັບການຍົກລະດັບ ແລະ ມີໝາກຜົນສຳເລັດອັນໃໝ່ໃນເວທີສາກົນ ຢ່າງສະເໝີຕົ້ນສະເໝີປາຍ ແລະ ປະເທດຊາດ ສືບຕໍ່ໄດ້ຮັບການພັດທະນາຢ່າງມີບາດກ້າວ ແລະ ເຂັ້ມແຂງ, ສັງຄົມມີຄວາມສະຫງົບ, ການເມືອງມີຄວາມເຂັ້ມແຂງ, ເສດຖະກິດ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ແລະ ທີ່ຕັ້ງບົດບາດຂອງປະເທດຊາດ ກໍ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນເລື້ອຍໆໃນເວທີພາກພື້ນ ແລະ ສາກົນ.
ວັນທີ 12 ຕຸລາ 1945 ແມ່ນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດລາວ, ເປັນວັນແຫ່ງການປະກາດເອກະລາດຂອງຊາດລາວເຮົາຕໍ່ໂລກ ເພື່ອເຮັດໃຫ້ໂລກໄດ້ຮັບຮູ້ວ່າ ໃນແຜ່ນດິນແຫ່ງນີ້ມີປະເທດລາວ ແມ່ນຄົນລາວເປັນເຈົ້າຂອງປະເທດຊາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ເຊິ່ງເປັນໝາກຜົນຂອງການຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນລາວທົ່ວທັງຊາດຜ່ານຫຼາຍສະໄໝຕ້ານຈັກກະພັດຜູ້ຮຸກຮານ. ລັດຖະບານລາວອິດສະຫຼະ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດນະໂຍບາຍ 12 ຂໍ້ ໃນນັ້ນ ໄດ້ປະກາດນະໂຍບາຍການຕ່າງປະເທດ ອອກຢ່າງເປັນທາງການ, ນັບແຕ່ນັ້ນມາ ວັນທີ 12 ຕຸລາ 1945 ຈຶ່ງໄດ້ກາຍມາເປັນວັນການທູດລາວ. ຕະຫລອດໄລຍະ 74 ປີ ຂອງການເຄື່ອນໄຫວວຽກງານການຕ່າງປະເທດ, ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສ ແລະ ຄວາມປີຊາສາມາດຂອງຜູ້ນຳພັກ-ລັດ ເຮົາ, ວຽກງານຕ່າງປະເທດ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ທີ່ສາມາດຍາດໄດ້ຈາກໄຊຊະນະນີ້ ໄປສູ່ໄຊຊະນະອື່ນຢ່າງເນື່ອງນິດລຽນຕິດ, ຈົນໃນທີ່ສຸດການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ ໄດ້ສຳເລັດລົງດ້ວຍການປະກາດສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາ, ການເຄື່ອນໄຫວຕ່າງປະເທດຂອງ ສປປ ລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ ແລະ ມີຜົນສໍາເລັດເປັນທີ່ໜ້າພາກພູມໃຈ, ຖັນແຖວຂອງນັກຮົບການເມືອງການຕ່າງປະເທດນັບມື້ເຂັ້ມແຂງ, ຊື່ສຽງ ບົດບາດຂອງ ສປປ ລາວ ກໍນັບມື້ສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ພວກເຮົາສືບຕໍ່ປະຕິບັດແນວທາງການຕ່າງປະເທດທີ່ຖືກຕ້ອງເປັນທຳ ໂດຍຍຶດໝັ້ນແນວທາງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສືບຕໍ່ລົງເລິກປະຕິບັດຄຳຂວັນການຕ່າງປະເທດທີ່ວ່າ: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງໄດ້ຮັບຜົນດີ, ອັນໄດ້ສະແດງອອກໃນການເສີມຂະຫຍາຍຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ທີ່ມີໝາກຜົນຕົວຈິງຢ່າງເລິກເຊິ່ງ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດຕ່າງໆໃນທົ່ວໂລກ; ວຽກງານການທູດສອງຝ່າຍ, ຫຼາຍຝ່າຍ ແລະ ການພົວພັນກັບອົງການຈັດຕັ້ງສາກົນຕ່າງໆ ກໍ່ໄດ້ສືບຕໍ່ມີໝາກຜົນທີ່ພົ້ນເດັ່ນ. ວຽກງານການຕ່າງປະເທດ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ນັບທັງການຂົນຂວາຍຍາດແຍ່ງການຊ່ວຍເຫຼືອ ແລະ ການລົງທຶນຂອງຕ່າງປະເທດ, ຊຶ່ງເປັນການປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງຊາດ ເໝືອນດັ່ງຂະແໜງການອື່ນໆ ທີ່ປະກອບເຂົ້າເປັນກຳລັງແຮງສັງລວມຂອງຊາດເຮົາໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວດ້ວຍບາດກ້າວໜັກແໜ້ນຕໍ່ເນື່ອງ, ເຊິ່ງພັກເຮົາໄດ້ຕີລາຄາ ແລະ ມີຄວາມເອກອ້າງທະນົງໃຈວ່າ: ໃນປະຫວັດສາດຂອງຊາດລາວ ບໍ່ມີຍຸກໃດ ແລະ ສະໄຫມໃດ ທີ່ປະເທດຊາດອັນແສນຮັກຂອງພວກເຮົາ ຈະໄດ້ມີຄວາມຮົ່ມເຢັນເປັນສຸກ, ໄດ້ຮັບການພັດທະນາຈະເລີນກ້າວຫນ້າ ຄືກັນກັບໃນທຸກມື້ນີ້ ແລະ ບໍ່ມີຍຸກໃດສະໄໝໃດ ທີ່ບົດບາດອິດທິພົນຂອງປະເທດເຮົາ ຈະໄດ້ຮັບການຍ້ອງຍໍສັນລະເສີນ ແລະ ໄດ້ຮັບການຍົກສູງຢ່າງໂດດເດັ່ນໃນເວທີການພົວພັນການທູດກັບສາກົນ ດັ່ງເທົ່າທຸກມື້ນີ້.
ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງເລິກເຊິ່ງ, ສັບສົນ ແລະ ໄວວານີ້ ການປະຕິບັດແນວທາງການຕ່າງປະເທດ, ການເຄື່ອນໄຫວວຽກງານການທູດທີ່ຖືກຕ້ອງ ແລະ ສອດຄ່ອງຍິ່ງມີຄວາມຈໍາເປັນ ແລະ ຕ້ອງການກວ່າເວລາໃດໝົດ ເພື່ອສ້າງເງື່ອນໄຂສະພາບແວດລ້ອມພາຍນອກ ທີ່ເອື້ອອໍານວຍໃຫ້ແກ່ການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ ກ້າວໄປສູ່ຄວາມສໍາເລັດໃນເປົ້າໝາຍ ນໍາເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ສ້າງປະເທດໃຫ້ເປັນປະເທດທີ່ໝັ້ນຄົງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ສືບຕໍ່ຢັ້ງຢືນວ່າ: ພວກເຮົາຕ້ອງສືບຕໍ່ຮັກສາມູນເຊື້ອອັນດີງາມໃນການປະຕິບັດບົດບາດໜ້າທີ່ການຕ່າງປະເທດ ພາຍໃຕ້ຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັັດທະນາປະເທດຊາດ”, ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ, ຕາມທິດທາງດ້ານວຽກງານການຕ່າງປະເທດ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ວາງອອກ.
ວຽກງານການທູດລາວ ໄດ້ມີການເຄື່ອນໄຫວຢ່າງເອົາຈິງເອົາຈັງ ທັງໃນດ້ານການທູດສອງຝ່າຍ ແລະ ຫຼາຍຝ່າຍ, ເປັນເຈົ້າການໃນການປົກປ້ອງສິດ ແລະ ຍາດຜົນປະໂຫຍດອັນຊອບທຳຈາກສາກົນ ມາສູ່ປະເທດຊາດ, ເຄື່ອນໄຫວຢ່າງເປັນເຈົ້າການຢູ່ເວທີພາກພື້ນ ແລະ ສາກົນ, ໄດ້ເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນຕ່າງໆ, ປະຕິບັດພັນທະສາກົນທາງດ້ານກົດໝາຍຢ່າງຕັ້ງໜ້າ, ປະກອບສ່ວນຕາມພັນທະສາກົນ ໃນຂອບການຮ່ວມມືຂອງບັນດາອົງການຕ່າງໆໃນພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນ ໃນເວທີອົງການສະຫະປະຊາຊາດ, ອາຊຽນ, ອາເຊັມ, ອົງການການຄ້າໂລກ, ອົງການຝຣັງໂກໂຟນີ, ການເຄື່ອນໄຫວຂອງກຸ່ມ 77, ຂະບວນການບໍ່ຮ່ວມກຸ່ມ, ກຸ່ມບັນດາປະເທດດ້ອຍພັດທະນາ, ກຸ່ມບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ອົງການຈັດຕັ້ງສາກົນຕ່າງໆ, ເຂົ້າຮ່ວມແກ້ໄຂບັນຫາລວມຂອງໂລກ, ໄກ່ເກ່ຍບັນຫາສຳຄັນຂອງພາກພື້ນ ແລະ ສາກົນ, ສະໜັບສະໜູນການຕໍ່ສູ້ເພື່ອສັນຕິພາບ, ຕ້ານໄພອັນຕະລາຍຂອງສົງຄາມ, ການຊ່ວງເສັງກຳລັງປະກອບອາວຸດ, ການກໍ່ການຮ້າຍ, ການແກ້ໄຂບັນຫາສະພາບດິນຟ້າອາກາດ ແລະ ອື່ນໆ.
ຍ້ອນການປະກອບສ່ວນຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ, ດ້ວຍຄວາມຮັບຜິດຊອບສູງ ແລະ ມີໝາກຜົນດີເປັນກ້າວໆມາ ຈຶ່ງເຮັດໃຫ້ ສປປ ລາວ ໄດ້ຮັບຄວາມເຊື່ອໝັ້ນຈາກບັນດາປະເທດເພື່ອນມິດ ແລະ ສືບຕໍ່ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຳຄັນໃນລະດັບພາກພື້ນ ແລະ ສາກົນ ຫຼາຍຄັ້ງຢ່າງມີຜົນສຳເລັດ, ໄດ້ເປັນກຽດຕ້ອນຮັບການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງປະເທດເພື່ອນມິດທີ່ສຳຄັນ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ, ສ ກູບາ, ສະຫະພັນ ຣັດເຊຍ, ສະຫະລັດ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ, ອົງການ ສປຊ ແລະ ປະເທດອື່ນໆ. ທັງຫມົດນີ້ ໄດ້ຢັ້ງຢືນເຖິງຄວາມເຊື່ອໝັ້ນຂອງສາກົນຕໍ່ຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍຄືຕໍ່ການນໍາພາຂອງພັກ-ລັດເຮົາ, ທັງເປັນການຢັ້ງຢືນເຖິງໝາກຜົນຂອງການເຄື່ອນໄຫວການທູດທີ່ຕັ້ງໜ້າ, ບໍ່ຮູ້ອິດຮູ້ເມື່ອຍຂອງການນໍາພັກ-ລັດ ກໍຄືທຸກຂະແໜງການ. ການເຄື່ອນໄຫວທີ່ມີໝາກຜົນອັນພົ້ນເດັ່ນ, ຕັ້ງໜ້າ ແລະ ມີລັກສະນະບຸກທະລຸຄືແນວນີ້ໄດ້ ກໍ່ຍ້ອນຄວາມຖືກຕ້ອງເປັນທໍາຂອງແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ການເຕີບໃຫຍ່ເຂັ້ມແຂງຂອງຂະແໜງການຕ່າງປະເທດແຫ່ງ ສປປ ລາວ.
ໃນ 74 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວ ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ. ສປປ ລາວ ມີຖານະບົດບາດສູງຂຶ້ນ, ເປັນທີ່ຮູ້ຈັກໃນວົງສາຄະນະຍາດ ໃນເວທີພາກພື້ນ ແລະ ສາກົນ ທີ່ມີເພື່ອນມິດສາກົນຢ່າງກວ້າງຂວາງ. ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 143 ປະເທດ, ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 11 ແຫ່ງ, ກົງສຸນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 12 ແຫ່ງ, ກົງສຸນກິຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ; ມີດ່ານສາກົນ 27 ແຫ່ງ; ໄດ້ເພີ່ມທະວີການພົວພັນກັບພັກການເມືອງຕ່າງໆໃນໂລກເກືອບ 140 ພັກ, ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ເຊິ່ງສົມທຽບໃສ່ປີ 1975 ປະເທດເຮົາມີສາຍພົວພັນການທູດພຽງແຕ່ 44 ປະເທດເທົ່ານັ້ນ.
ນອກຈາກນີ້, ສປປ ລາວ ກໍ່ໄດ້ມີຜົນສໍາເລັດໃນວຽກງານປັກຫລັກໝາຍຖີ່ ແລະ ບູລະນະລະບົບຫລັກຫມາຍຊາຍແດນກັບ ສສ ຫວຽດນາມ, ສປ ຈີນ ແລະ ສສ ມຽນມາ, ສືບຕໍ່ສໍາຫລວດປັກຫລັກໝາຍຊາຍແດນທີ່ຍັງຄົງຄ້າງຈຳນວນໜຶ່ງ ກັບ ລາຊະອານາຈັກໄທ ແລະ ລາຊະອານາຈັກກໍາປູເຈຍ, ພ້ອມທັງ ໄດ້ສືບຕໍ່ຄຸ້ມຄອງ ແລະ ແກ້ໄຂບັນຫາ, ສະພາບປະກົດການຫຍໍ້ທໍ້ຕ່າງໆຢູ່ບໍເວນຊາຍແດນ ຢ່າງເປັນປົກກະຕິ. ປະຈຸບັນ ສປປ ລາວ ໄດ້ເຊັນສັນຍາຍົກເວັ້ນວີຊາກັບ 37 ປະເທດ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ, ຍົກເວັ້ນວີຊາສອງຝ່າຍສໍາລັບຜູ້ຖືຫນັງສືຜ່ານແດນທໍາມະດາກັບ 11 ປະເທດ (9 ປະເທດສະມາຊິກອາຊຽນ, ຣັດເຊຍ ແລະ ມົງໂກລີ) ແລະ ຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືຫນັງສືຜ່ານແດນທໍາມະດາໃຫ້ກັບ 4 ປະເທດ (ສ ເກົາຫລີ, ຍີ່ປຸ່ນ, ສະຫະພັນທະລັດສະວິດ ແລະ ລຸກຊໍາບວກ), ໄດ້ດຳເນີນການນຳໃຊ້ E-Visa ຢ່າງເປັນທາງການ ໃນວັນທີ 9 ກໍລະກົດ ປີ 2019 ທີ່ຜ່ານມາ.
ເວົ້າລວມແລ້ວ ຕະຫຼອດໄລຍະເວລາ 74 ປີ ຜ່ານມາກັບຜົນງານ ແລະ ຄວາມສຳເລັດອັນໃຫຍ່ຫລວງຂອງວຽກງານການຕ່າງປະເທດ ແລະ ການທູດ ຂອງພັກ ແລະ ລັດເຮົາ ຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳນໍາພາທີ່ໃກ້ຊິດຕິດແທດ, ໂດຍກົງ ແລະ ຮອບດ້ານ ຂອງກົມການເມືອງ ໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ ພ້ອມຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ຕຳຫລວດ, ແຕ່ສູນກາງຮອດທ້ອງຖິ່ນ, ຍ້ອນການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກທຸລະກິດ, ຜູ້ປະກອບການ ຕະຫລອດເຖິງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດເຮົາ ລວມທັງຄົນລາວຢູ່ຕ່າງປະເທດ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງວຽກງານການຕ່າງປະເທດ ແລະ ເປັນການປຸກລະດົມກຳລັງໃຈຢ່າງແຂງແຮງໃຫ້ພະນັກງານລັດຖະກອນຂອງຂະແໜງການຕ່າງປະເທດ ຊຶ່ງເປັນຜູ້ປະຕິບັດງານຕົວຈິງໃນແນວຮົບຕ່າງປະເທດ ແລະ ການທູດສາມາດປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຕະຫລອດໄລຍະທີ່ຜ່ານມາ
4. ເນື້ອໃນຂອງບົດ
5. ວັນສ້າງຕັ້ງພັກຄອມມຸຍນິດອິນດູຈີນ



ไม่มีความคิดเห็น:

แสดงความคิดเห็น