ເຊື່ອມຊືມ6ເອກະສານປະຫວັດສາດສຳຄັນຂອງຊາດໃນຄັ້ງວັນທີ 18.10.2021 ທີ່ຫ້ອງປະຊຸມໂຮງຮຽນການເມືອງການປົກຄອງແຂວງ - XVIIPAXAYABOURY

ກົດເມົ້າໃສ່ທີ່ນີ້ ຄວາມຮູ້ກ່ຽວກັບຄອມພິວເຕີ

ຄະນະຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ XVII ສົກຮຽນ: 2020-2022

ເລືອກພາສາ

วันจันทร์ที่ 18 ตุลาคม พ.ศ. 2564

ເຊື່ອມຊືມ6ເອກະສານປະຫວັດສາດສຳຄັນຂອງຊາດໃນຄັ້ງວັນທີ 18.10.2021 ທີ່ຫ້ອງປະຊຸມໂຮງຮຽນການເມືອງການປົກຄອງແຂວງ

 ເຊື່ອມຊືມ6ເອກະສານປະຫວັດສາດສຳຄັນຂອງຊາດໃນຄັ້ງວັນທີ 18.10.2021 ທີ່ຫ້ອງປະຊຸມໂຮງຮຽນການເມືອງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 18 ຕຸລາ ປີ2021, ທີ່ຫ້ອປະຊຸມໂຮງຮຽນການເມືອງການປົກຄອງແຂວງໄຊຍະບູລີ  ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 6 ວັນປະຫວັດສາດຂອງຊາດຂອງພັກຂຶ້ນເຊັນ: ວັນປະກາດເອກະລາດ ຄົບຮອບ 76 ປີ (12 ຕຸລາ 1945), ວັນສ້າງຕັ້ງການທູດລາວ  ຄົບຮອບ 76 ປີ (12.10.1945 -12.10.2021 ), ວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ (12 ຕຸລາ 1987-12​ ຕຸລາ 2021), ວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 27 ປີ (7 ຕຸລາ 1994-7 ຕຸລາ 2021, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ 17 ຕຸລາ 1987 ແລະ 17-24 ຕຸລາ 2003 ແລະ ວັນຊາດ ສປ ຈີນ ຄົບຮອບ 72 ປີ ( 1.10.1949 – 1.10.2021, ໃຫ້ກຽດເລົ່າຄືນໂດຍ ທ່ານ ປອ ສີສອນພັນ ພັນສີ ກຳມະການພັກແຂວງຫົວໜ້າອຳນວຍການໂຮງຮຽນການເມືອງການປົກຄອງແຂວງໂດຍມີນັກສຶກສາທິດສະດີຊັ້ນກາງຮຸ່ນທີ 17 ເຂົ້າຮ່ວມຈຳນວນ 48ຄົນ,ຍິງ 8 ຄົນ ເຊິ່ງຈະໃຊ້ເວລາ1 ວັນຈຶ່ງສຳເລັດ.



1 ວັນປະກາດເອກະລາດ ຄົບຮອບ 76 ປີ (12 ຕຸລາ 1945)


ມື້ນີ້ປວງຊົນລາວທົ່ວປະເທດ ຮ່ວມລະນຶກ 76ປີ ວັນປະກາດເອກະລາດວັນທີ 12 ຕຸລາ 1945 ເປັນວັນສຳຄັນທາງປະຫວັດສາດ ແລະ ມີຄວາມໝາຍສຳລັບ ປະເທດຊາດ ແລະ ປະຊາຊົນບັນດາເຜົ່າລາວເຮົາ ອັນມີທີ່ໄປທີ່ມາຕາມປະຫວັດສາດດ່ັງຕໍ່ໄປນີ້.

ພາຍຫລັງມີພັກກອມມູນິດອິນດູຈີນຊີ້ນຳ-ນຳພາ ແລະ ໄດ້ສ້າງຕັ້ງຄະນະພັກແຄ້ວນລາວຂຶ້ນໃນວັນທີ 6 ກັນຍາ 1934 ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ລາວແລ້ວ, ຄະນະພັກແຄ້ວນລາວກໍໄດ້ປຸກລະດົມຂົນຂວາຍປະຊາຊົນແຕ່ລະເຂດໃນທົ່ວປະເທດຈົ່ງ ສາມັກຄີກັນເປັນຈິດໜຶ່ງໃຈດຽວພ້ອມກັນລຸກຂຶ້ນຕໍ່ສູ້ກັບການຢຶດຄອງ, ກົດຂີ່ຂູດຮີດຂອງຈັກກະພັດຝຣັ່ງ ແລະ ຟາດຊິດຍີ່ປຸ່ນ.

ໃນປີ 1945 ຟາດຊິດຍີ່ປຸ່ນໄດ້ຍອມຈຳນົນຕໍ່ຝ່າຍພັນທະມິດໃນສົງຄາມໂລກຄັ້ງທີສອງ, ໂດຍກຳເອົາກາລະໂອກາດດັ່ງກ່າວປະຊາຊົນລາວທົ່ວປະເທດໄດ້ລຸກຂຶ້ນ ຍາດເອົາອຳນາດມາມມືຕັ້ງແຕ່ວັນທີ 18 ສິງຫາ ຫາຕົ້ນ ເດືອນກັນຍາ 1945 ໄດ້ສ້າງຕັ້ງອຳນາດການປົກຄອງຂອງຕົນຂຶ້ນຢູ່ໃນຫລາຍທ້ອງຖິ່ນໃນທົ່ວປະເທດ, ໄດ້ສ້າງຕັ້ງກຳລັງປະກອບອາວຸດເພື່ອປ້ອງກັນຕົວເມືອງຢູ່ໃນຕົວເມືອງໃຫຍ່ໆເຊັ່ນ: ວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຳເໜືອ, ຊຽງຂວາງ ແລະ ຫລວງພະບາງ.

ມາຮອດວັນທີ 12 ເດືອນ ຕຸລາ 1945 ລັດຖະບານຊົ່ວຄາວ ລາວເອກະລາດ ໄດ້ຮັບການສ້າງຕັ້ງຂຶ້ນທັງປະກາດປະເທດລາວເປັນປະເທດເອກະລາດ, ນີ້ລະຄືສັນຍາລັກ ຂອງ ວັນທີ 12 ຕຸລາ ເຊິ່ງເປັນ ປະຫວັດສາດເລີ່ມແລກແຮກ ໝານຂອງຂະບວນການຕໍ່ສູ້ຢ່າງຢຶດເຢື້ອຍາວນານຂອງການປະຕິວັດລາວ.

ແນວໃດກໍຕາມ, ການຕໍ່ສູ້ຂອງປະຊາຊົນລາວກໍຍັງບໍ່ທັນຢຸດຢັ້ງຍ້ອນວ່າພາຍຫລັງຍີ່ປຸ່ນໄດ້ເສຍໄຊໃນສົງຄາມໂລກຄັ້ງທີສອງແລ້ວໃນຕົ້ນປີ 1946 ຝຣັ່ງໄ້ດກັບຄືນມາຮຸກຮານລາວອີກເປັນຄັ້ງທີສອງ, ການມາຢຶດຄອງລາວຄັ້ງທີສອງ ມັນແຕກຕ່າງກັບຄັ້ງທີໜຶ່ງ ຄື: ຄັ້ງທີໜຶ່ງເພິ່ນມາຢຶດຄອງ ແລ້ວມາປັນດິນລາວກັບສະຫຍາມ ເຊິ່ງເວລານັ້ນປະເທດ ລ້ານຊ້າງຂອງພວກເຮົາສະຫຍາມພວມຢຶດຄອງຢູ່.

ຕໍ່ມາກໍຖືກຍີ່ປຸ່ນເຂົ້າບຸກຕີ ແລະ ເອົາດາບສະມູໄຮໄລ່ ພັນກັນຢູ່ກາງເມືອງແລ້ວເພິ່ນ ກໍປົບໜີຕາຍໄປທາງໃຜທາງ ມັນໃນຖານະຜ່າຍແພ້ສົງຄາມກັບຍີ່ປຸ່ນ, ຢູ່ມາບໍ່ທັນພໍປີຍີ່ ປຸ່ນໄດ້ຈຳນົນ ຕໍ່ສົງຄາມໂລກຄັ້ງທີສອງຍ້ອນພັນທະມິດ ນຳພາ ໂດຍອາເມລິກາເປັນຫົວ ໂຈກເອົາລະເບີດປະລະມະ ນູສອງລູກໄປຖິ້ມໃສ່ເມືອງຮີ ໂຣຊິມາ ກັບນາກາຊາກິ ຈຳເປັນ ຍີ່ປຸ່ນຕ້ອງໄດ້ຖິ້ມດາບສະມູໄຣ ໜີ ຕາຍໃຫ້ປືນກະລັງກັບມັດ ຕະຣັງຊິດຂອງຝຣັ່ງ.

ບາງຄົນຈົນໄດ້ຂ້າໂຕຕາຍບໍ່ຍອມກັບບ້ານສ່ວນວ່າຝຣັ່ງ ກັບເຂົ້າມາຮຸກຮານລາວຄັ້ງທີສອງ ເບື້ອງຕົ້ນເຂົາກໍເຂົ້າ ຢຶດປາກເຊ, ຂຶ້ນມາສະຫວັນນະເຂດຕໍ່ໃສ່ທ່າແຂກ ພໍດີຖືກ ປະຊັນ ສູ້ຮົບກັນຢ່າງດຸເດືອດ ກັບກຳລັງແນວລາວອິດສະ ຫລະພາຍໃຕ້ການນຳພາຂອງ ສະເດັດສຸພານຸວົງ ກັບທ່ານ ສິງກະໂປ ຢູ່ທ່າແຂກຈົນເຮັດ ບັ້ນຮົບໃນວັນທີ 21 ມີນາ 1946 ກາຍເປັນບັ້ນຮົບທີ່ດຸເດືອດ ນອງເລືອດດັ່ງປະຫວັດສາດ ລາວໄດ້ກ່າວໄວ້.

ເຖິງປານນັ້ນກໍຕາມ, ຂະບວນການຕໍ່ສູ້ຂອງປະຊາຊົນ ກໍຍັງບໍ່ທັນສິ້ນສຸດໝົດຍຸກ ຝຣັ່ງ ແລ້ວພັດມາຕໍ່ໃສ່ອາເມລິກາ ຈົນມາຮອດປີ 1975 ຈຶ່ງ ສາມາດປົດປ່ອຍປະເທດຊາດ ລົບລ້າງລະບອບສັກດີນາລ່າ ເມືອງຂຶ້ນແລ້ວປະກາດສ້າງ ຕັ້ງປະເທດລາວໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນແທນອັນເປັນຈຸດອາວະສານ ຂອງລັດທິລ່າເມືອງຂຶ້ນ ແບບເກົ່າຂອງຝຣັ່ງ, ລັດທິລ່າເມືອງຂຶ້ນແບບໃໝ່ ຂອງ ຈັກກະພັດອາເມລິກາ ທັງເປັນ ຈຸດອາວະສານຂອງການປົກຄອງໃນລະບອບສັກດີນາທີ່ປົກ ຄອງບ້ານເມືອງມາຫລາຍ ຮ້ອຍປີ ເສຍຊາດເສຍແຜ່ນດິນໄປກາຍເຄິ່ງສົມກັບວ່າ ສັກດີນາລາວໃນຍຸກສັດຕະວັດທີ 19 ບໍ່ເຂັ້ມບໍ່ແຂງ, ບໍ່ສ້າງບໍ່ສາ, ເປັນຄົນຫົວເກົ່າເຕົ່າລ້ານປີແຕ່ລະມື້ນອນແຕ່ຢູ່ໃນວັງຂັງ ເຝົ່າສາວສະໜົມຈົນບ້ານເມືອງ ຈິບຫາຍວາຍວອດເກືອບວ່າບໍ່ມີເຊື້ອຊາດລາວ ແລະ ປະເທດລາວໃນແຜນທີ່ໂລກ.

2. ວັນສ້າງຕັ້ງການທູດລາວ  ຄົບຮອບ 76 ປີ (12.10.1945 -12.10.2021 )

3.ວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ (12 ຕຸລາ 1987-12​ ຕຸລາ 2021)

4.ວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 27 ປີ (7 ຕຸລາ 1994-7 ຕຸລາ 2021, 


ວັນທີ່7 ຕຸລາ ວັນຄູແຫ່ງຊາດລາວ ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້,ສະນັ້ນຈຶ່ງຂໍຍົກບັນຫາມາຕັ້ງຂື້ນວ່າ: ຄົນແນວໃດຈື່ງເອີ້ນວ່າຄູ? ຄຳວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູໝາຍເຖີງຄົນທີ່ມີຄວາມຮູ້ແລະປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ: ການສອນ ແລະການຮຽນ. ສຳລັບປະເທດລາວເຮົາ ເມື່ອເວົ້າເຖີງ ການສອນ-ການຮຽນຫຼືເວົ້າລວມແມ່ນການສຶກສາຖ້າຈະປຽບທຽບບາດກ້າວເລີ່ມຕົ້ນຂອງພວກເຮົາ ກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ. ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ: ອັງກິດ ແລະຝຣັ່ງໃນສະຕະວັດທີ່XII (12) ປະຊາຊົນໄດ້ຫັນຈາກການກະສິກຳ ກາຍມາຍຶດຖືອາຊີບການຄ້າ, ເກິດມີຕົວເມືອງການຄ້າ ແລະຕົວເມືອງອຸດສາຫະກຳແລ້ວ. ກົງກັນຂ້າມຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ່XIV(14) ເຈົ້າຟ້າງຸ່ມກະສັດອົງທຳອິດຂອງລາວພຽງແຕ່ໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດເຮົາມີວັດວາອາຣາມຊື່ງຖືວ່າເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະໜາໄດ້ສົ່ງຜົນສະທ້ອນເຖີງພໍ່ແມ່ ແລະເດັກນ້ອຍລາວສູງທີ່ສຸດແລະແກ່ຍາວມາເປັນເວລາຫຼາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນແມ່ນພໍ່ແມ່ເປັນຄູເພື່ອສິດສອນລູກຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການຂອງຕົນຢູ່ໃນວຽກງານປະຈຳວັນ, ຂະນົບທຳນຽມຮິດຄອງປະເພນີຕາມຄວາມເຊືອຖືມາເປັນການສຶກສາລູກ ເພື່ອໃຫ້ຮູ້ຈັກອອກແຮງງານ, ກາຍເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊືອຖື. ເປົ້າໝາຍສູງໄປກວ່ານັ້ນແມ່ນສົ່ງລູກເຂົ້າໄປບວດ ຫຼືເປັນສັງກະລີຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ,ຮຽນຮູ້ຫຼັກວິຊາ ແລະລິດເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະສົ່ງຄວາມຮູ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄວັດລະບາຍສີ, ຢາພື້ນເມືອງ, ວິຊາອາຄົມຕະຫຼອດເຖີງລະບຽບວິໄນຕ່າງໆທີ່ພະພຸດທະເຈົ້າທີ່ໄດ້ກ່າວໄວ້ເປັນຄຳສອນ. ຮູບການຮຽນ ການສອນຢູ່ວັດເວລານັ້ນແມ່ນບໍ່ທັນໄດ້ກ່າວເຖີງຊັ້ນ ແລະລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການບວດ ມາເປັນການຕີເປັນລາຄາ ເຖີງລະດັບຄວາມຮູ້. ພາຍຫຼັງພວກລ່າເມືອງຂື້ນຝຣັ່ງເສດໄດ້ມາຍຶດຄອງລາວໃນປີ ຄ.ສ 1893ເປັນຕົ້ນມາ ພວກເຂົາເຈົ້າບໍ່ໄດ້ເອົາໃຈໃສ່ເຖີງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ. ມາເຖີງປີ ຄ.ສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ່. ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ່ I (ປ.6). -ປີ ຄ.ສ 1907 ທ້າວຄຳໄດ້ເຂົ້າຮ່ວມຮັບການອົບຮົມຄູເຊີ່ງຖືວ່າ ເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖີງວັນທີ່ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂື້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈື່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກ້ວາງອອກກ່ວາເກົ່າ ດ້ວຍຮູບການເປິດໃຫ້ມີໂຮງຮຽນສ້າງຄູສົງຂື້ນໃນປີ 1907 ທີ່ວັດຈັນ, ເຊີ່ງປະກອບມີພະສົງ 50 ກ່ວາອົງໄດ້ເຂົ້າຮຽນ. ທ້າວຄຳກໍ່ເປັນຄູສອນຢູ່ໂຮງຮຽນສ້າງຄູສົງແຫ່ງນັ້ນ. ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເສື່ອມເສຍເປັນຊາດຝຣັ່ງ ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພີ່ນຈົບການອົບຮົມຄູແລ້ວ, ກໍ່ໄດ້ມີພະສົງຫຼາຍອົງບໍ່ຍອມໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂື້ນຝຣັ່ງ. -ປີ ຄ.ສ 1913ຄູຄຳ ໄດ້ສອນຢູ່ໂຮງຮຽນ ຕັບໂຟແຣງ(ປີແອ ຕັບໂຟແຣງ)ລວມມີຄູລາວ 3 ຄົນ. -ມາເຖີງກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳໄດ້ລະເບິດຂື້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮູນແຮງ ຄູຄຳໄດ້ຖຶກພວກຝຣັ່ງຈັບ ແລະນຳຕົວໄປຂັງຄຸກ. ພາຍຫຼັງຖຶກຄຸມຂັງໄດ້ໄລຍະໜື່ງ ນາຍຄູຄຳໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນຳ້ຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ(ປະເທດໄທ). -ປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະໄດ້ເສຍຊີວິດຍ້ອນພະຍາດຂອງເພີ່ນຢູ່ທີ່ວັດສີທາຣາມ(ປະເທດໄທ). -ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂື້ນຍຶດອຳນາດ ໃນວັນທີ່ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈື່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ. -ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃໝ່ຂອງຈັກກະພັດພາຍນອກແລະຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປານາຂື້ນໃນວັນທີ່ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍ່ໄດ້ເປັນເງືອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ,ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນຳ້ໃຈຮັກຫອມປະເທດຊາດ, ມີຄວາມຮູ້ ຄວາມສາມາດ ຊື່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກແລະຈາກການຊຸບກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ ເຂົ່າເຈົ້າເຫຼົ່ານັ້ນໄດ້ນຳເອົາຄວາມຮູ້ ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ,ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ, ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖີງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈື່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ. ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ, ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະກຳນົດວັນທີ່ 7 ຕຸລາເພື່ອເປັນວັນຄູແຫ່ງຊາດລາວ. - ວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນເມື່ອຮອດວັນທີ 7 ຕຸລາທຸກປີຈະມີພິທີການເລົ່າປະຫວັດ ແລະອວຍພອນຄູຂຶ້ນໃນທຸກໂຮງຮຽນທົ່ວປະເທດ

5.ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ 17 ຕຸລາ 1987 ແລະ 17-24 ຕຸລາ 2003 

6. ວັນຊາດ ສປ ຈີນ ຄົບຮອບ 72 ປີ ( 1.10.1949 – 1.10.2021,


ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ

(01.10.1949  01.10.2021)

 

ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຈີນທັງຊາດ ສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປົດປ່ອຍ ປະຊາຊົນຈີນ ຄົບຮອບ 94 ປີ. ວັນທີ 01 ຕຸລາ 2021 ກໍເປັນອີກເຫດການໜຶ່ງ ທີ່ມີຄວາມຫມາຍຄວາມສຳຄັນ ທາງດ້ານປະຫວັດສາດຂອງ ສປ ຈີນ ເພາະເປັນ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ຄົບຮອບ 72 ປີ (01.10.1949- 01.10.2021).

ເມື່ອຫວນຄືນປະຫວັດສາດ ແຫ່ງການດຳເນີນພາລະກິດປະຕິວັດຊາດ ປະຊາທິປະໄຕ ຂອງ ສປ ຈີນ ໂດຍພາຍໃຕ້ການຊີ້ນຳ-ນຳພາ ອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກຄອມມູນິດຈີນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກໍລະກົດ 1921, ສົມທົບກັບນໍ້າໃຈເສຍສະຫລະອັນສູງສົ່ງຂອງປະຊາ ຊົນຈີນບັນດາເຜົ່າ, ເຮັດໃຫ້ພາລະກິດປະຕິວັດຊາດປະຊາທິປະໄຕຢູ່ຈີນ ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 01 ຕຸລາ 1949 ຢ່າງເປັນທາງການ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ພັກຄອມມູນິດຈີນ ໄດ້ສືບຕໍ່ນຳພາປະຊາຊົນຈີນບັນດາເຜົ່າ ດຳເນີນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.

ການຟື້ນຟູຖານະຖືກກົດຫມາຍຂອງ ສປ ຈີນ ຢູ່ສະຫະປະຊາຊາດ ໃນປີ 1971 ແລະ ການປະຕິບັດນະ ໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນປີ 1978, ໄດ້ເປີດສັງກາດໃຫມ່ແຫ່ງການສ້າງສາພັດທະນາປະ ເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ຜ່ານການປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນເວລາ 40 ກວ່າປີຜ່ານມາ, ໄດ້ເຮັດໃຫ້ເສດຖະກິດຂອງຈີນຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະ ດັບສູງ ກາຍເປັນປະເທດມະຫາອຳນາດທາງດ້ານເສດຖະກິດອັນດັບສອງຂອງໂລກ ນັບແຕ່ປີ 2010 ເປັນຕົ້ນມາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເປັນກ້າວໆມາ ແລະ ສາມາດປະກາດລົບລ້າງຄວາມ ທຸກຍາກ ໃນປີ 2020, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວແບບກ້າວກະໂດດ, ມີສະຖານີອາວະກາດເປັນຂອງຕົນເອງ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ຢູ່ພາກພື້ນ ແລະ ສາກົນສູງເດັ່ນຂື້ນ, ຄຳຄິດເຫັນ ແລະ ຂໍ້ສະເໜີແນະຂອງ ສປ ຈີນ ນັບມື້ນັບໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການສະໜັບສະໜູນຈາກສາກົນ ໂດຍສະເພາະແມ່ນເປົ້າຫມາຍການສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດ ແລະ ຂໍ້ລິເລີ່ມ ໜຶ່ງແລວ, ໜຶ່ງເສັ້ນທາງທີ່ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໄດ້ຍົກຂຶ້ນໃນປີ 2012 ແລະ ປີ 2013.

ໃນໄລຍະ 72 ປີຜ່ານມາ, ເສັ້ນທາງການສ້າງສາພັດທະນາປະເທດຊາດຂອງຈີນ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ ຍ້ອນຖືກປິດລ້ອມໃນຫລາຍດ້ານ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາ ອັນສະຫຼາດສ່ອງໃສ ແລະ ປີຊາສາມາດ ຂອງພັກຄອມມູນິດຈີນ, ໂດຍມີ ປະທານ ເໝົາ ເຈີຕຸງ ເປັນຜູ້ນຳພາ ແລະ ບັນດາທ່ານຜູ້ນຳພັກ-ລັດຂອງຈີນ ໃນຫລາຍຮຸ້ນຫລາຍສະໄໝຜ່ານມາ ຈົນເຖິງໃນໄລຍະແຫ່ງການຊີ້ນຳ-ນຳພາ ຂອງທ່ານ ສີ ຈິ້ນຜິງ ກໍຄື ໃນປັດຈຸບັນ, ເຊິ່ງໄດ້ເຮັດໃຫ້ ສປ ຈີນ ຍາດໄດ້ຜົນສໍາເລັດອັນຍິ່ງໃຫຍ່ຫລາຍດ້ານເປັນກ້າວໆມາ ອັນທີ່ພົ້ນເດັ່ນ ແມ່ນໄດ້ນໍາພາປະຊາຊົນຈີນທົ່ວປວງຊົນທັງຊາດ ບັນລຸເປົ້າຫມາຍ 100 ປີ ເຫດການທີໜຶ່ງ ໃນການສ້າງລະບອບສັງຄົມນິຍົມອີ່ມໜໍາສໍາລານຢ່າງຮອບດ້ານ ເຊິ່ງສະແດງອອກຢູ່ບ່ອນວ່າ ຄວາມທຸກຍາກໄດ້ຮັບການລົບລ້າງໂດຍເດັດຖານ ໃນຂອບເຂດທົ່ວປະເທດ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ໃນເດືອນກໍລະກົດ 2021 ຜ່ານມາ ແລະ ພວມນໍາພາປະຊາຊົນທັງຊາດສູ້ຊົນເຮັດສຳເລັດເປົ້າຫມາຍ 100 ປີ ເຫດການທີສອງ ໃນການສ້າງ ສປ ຈີນ ໃຫ້ກາຍເປັນ ປະເທດຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ ແລະ ສີວິໄລ, ສັງຄົມມີຄວາມປອງດອງ ແລະ ເປັນປະເທດທີ່ມີຄວາມທັນສະໄໝ ໃນປີ 2049 ໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ, ແນໃສ່ບັນລຸເປົ້າຫມາຍຄວາມໄຝ່ຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ. ປັດຈຸບັນ, ທົ່ວພັກທົ່ວປວງຊົນຈີນ ກໍາລັງອອກແຮງສູ້ຊົນຍາດເອົາໄຊຊະນະອັນໃຫມ່ທີ່ຍິ່ງໃຫຍ່ກວ່າເກົ່າ, ບາກບັ່ນສູ້ຊົນຢ່າງບໍ່ລົດລະເພື່ອບັນລຸຄວາມໄຝ່ຝັນຂອງຈີນ, ເຊິ່ງບໍ່ມີກໍາລັງແຮງໃດຈະສາມາດຢັບຢັ້ງໄດ້. ຜົນສໍາເລັດໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສະຫລາດສ່ອງໃສ ໃນການຊີ້ນຳ-ນຳພາຂອງພັກຄອມມູນິດຈີນ ໂດຍມີ ທ່ານ ສີ ຈິ້ນຜິງ ເປັນຜູ້ນໍາພາ, ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນຈີນບັນດາເຜົ່າ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງສະມາຊິກພັກ-ພະນັກງານ ທີ່ຖືເອົາຜົນປະ ໂຫຍດຂອງປະຊາຊົນເປັນກົກ, ສິ່ງດັ່ງກ່າວຈະກາຍເປັນກໍາລັງແຮງອັນແຂງກ້າ ໃນການເອົາຊະນະທຸກຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍ ແນໃສ່ບັນລຸຄວາມໄຝ່ຝັນຂອງຈີນໃນການສ້າງປະເທດ ໃຫ້ມີຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.

ນັບແຕ່ ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສ້າງຕັ້ງ ໃນປີ 1949 ເປັນຕົ້ນມາ, ຍາມໃດ ກໍຢືນຢູ່ຄຽງຂ້າງປະເທດກຳລັງພັດທະນາ, ຕໍ່ສູ້ເພື່ອຄວາມເປັນທໍາ ແລະ ຜົນປະໂຫຍດລວມຂອງມວນມະນຸດ. ພາຍຫລັງປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ສປ ຈີນ ໄດ້ກາຍມາເປັນປະເທດທີ່ເສດຖະກິດມີຄວາມເຂັ້ມແຂງ, ສັງຄົມມີຄວາມສະຫງົບປອດໄພ ເຊິ່ງໄດ້ນຳເອົາກາລະໂອກາດ ແລະ ຄວາມຮັ່ງມີຜາສຸກມາໃຫ້ປະຊາຄົມໂລກ, ເປັນເຈົ້າການໃນການປະຕິບັດພັນທະສາກົນ, ປະກອບສ່ວນຢ່າງຫ້າວຫັນເຂົ້າໃນຂະບວນການຮັກສາສັນຕິ ພາບຂອງອົງການສະຫະປະຊາຊາດ, ຖືສໍາຄັນການຊ່ວຍເຫລືອປະເທດທີ່ທຸກຍາກ. ມາເຖິງປັດຈຸບັນ, ສປ ຈີນ ໄດ້ຕອບສະໜອງວັກແຊງຕ້ານພະຍາດ ໂຄວິດ-19 ໃຫ້ແກ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃນຮູບແບບຕ່າງໆ ຫລາຍກວ່າ 100 ປະເທດ ໃນຈຳນວນຫລາຍກວ່າ 770 ລ້ານຫລອດ.

ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ໃນຖານະທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ເປັນຄູ່ຮ່ວມຊະຕາກຳ ທີ່ມີອຸດົມການສັງຄົມນິຍົມດຽວກັນກັບປະຊາຊົນຈີນບັນດາເຜົ່າ ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ຕໍ່ຜົນສຳເລັດຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ຍາດມາໄດ້ຕະຫລອດໄລຍະ 72 ປີ. ຜົນສໍາເລັດອັນຍິ່ງໃຫຍ່ຂອງຈີນ ຈະກາຍເປັນບົດຮຽນ ແລະ ກຳລັງໃຈໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອນໍາພາປະຊາຊົນລາວບັນດາເຜົ່າ ຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງບັນດາປະຖົມປັດໃຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.



ไม่มีความคิดเห็น:

แสดงความคิดเห็น